ຊ່ອງໂທລະພາບ Asahi ຂອງຍີ່ປຸ່ນ ລາຍງານໃນວັນທີ 21 ກັນຍານີ້ວ່າ ມີຜູ້ຊາຍຄົນນຶ່ງເສຍສະຕິ ຫລັງຈາກໄດ້ຈູດໄຟເຜົາຕົວເອງ ໃກ້ສຳນັກງານນາຍົກລັດຖະມົນຕີ Fumio Kishida.
ຜູ້ຊາຍຄົນນີ້ໄດ້ເຂົ້າໂຮງໝໍດ້ວຍບາດແຜທົ່ວຮ່າງກາຍ. ຕໍາຫລວດຄົນນຶ່ງໄດ້ຮັບບາດເຈັບ ພະຍາຍາມດັບໄຟ.
ຈົດໝາຍທີ່ຄັດຄ້ານພິທີສົບຂອງອະດີດນາຍົກລັດຖະມົນຕີ Shinzo Abe ໄດ້ຖືກພົບເຫັນຢູ່ໃກ້ໆ.
ຂໍ້ມູນກ່ຽວກັບເຫດການຍັງຢູ່ໃນຂັ້ນຕອນການສືບສວນ.
ກ່ອນໜ້ານີ້, ລັດຖະບານຍີ່ປຸ່ນປະກາດວ່າຈະຈັດພິທີໄວ້ອາໄລແຫ່ງຊາດຕໍ່ທ່ານອາເບະໃນວັນທີ 27 ກັນຍານີ້. ຕາມທ່ານນາຍົກລັດຖະມົນຕີ Kishida, ອະດີດນາຍົກລັດຖະມົນຕີ Abe ບັນລຸໄດ້ບັນດາຜົນງານໃນດ້ານການເມືອງ, ເສດຖະກິດ ແລະ ການທູດຂອງ ຍີ່ປຸ່ນ ແມ່ນບັນດາເຫດໃຫ້ມີພິທີແຫ່ຂະບວນແຫ່ລັດ.
ຕາມການຄິດໄລ່ຂອງລັດຖະບານຍີ່ປຸ່ນທີ່ນຳອອກເຜີຍແຜ່ໃນວັນທີ 6 ກັນຍານີ້, ຄ່າຈັດພິທີສົບແຫ່ງຊາດຂອງອະດີດນາຍົກລັດຖະມົນຕີ Shinzo Abe ຈະຕົກເປັນປະມານ 1,65 ຕື້ເຢນ (ປະມານ 12 ລ້ານ USD). ລັດຖະບານຍີ່ປຸ່ນກ່າວວ່າ ຄ່າໃຊ້ຈ່າຍດ້ານຄວາມປອດໄພທີ່ເກີດຂຶ້ນເພື່ອປົກປ້ອງແຂກສາກົນຫຼາຍກວ່າ 6,000 ຄົນ, ໃນນັ້ນມີປະມຸກລັດຫຼາຍທ່ານ.